ວິທີການເຮັດວຽກຂອງບັນຊີ Google ເມື່ອເດັກນ້ອຍມີອາຍຸຮອດ 13 ປີ (ຫຼື ອາຍຸຕາມຫຼັກເກນໃນປະເທດຂອງທ່ານ)

ເມື່ອເດັກນ້ອຍທີ່ມີບັນຊີທີ່ຈັດການດ້ວຍ Family Link ມີອາຍຸຮອດ 13 ປີ (ຫຼື ອາຍຸຕາມຫຼັກເກນໃນປະເທດຂອງເຂົາເຈົ້າ), ເຂົາເຈົ້າກໍສາມາດຕັດສິນໃຈໄດ້ດັ່ງນີ້:

ເດັກນ້ອຍເປັນຜູ້ຕັດສິນໃຈວ່າຈະອັບເດດບັນຊີ Google ຂອງຕົນເອງເມື່ອໃດ

ເມື່ອເດັກນ້ອຍມີອາຍຸຮອດ 13 ປີ (ຫຼື ອາຍຸຕາມຫຼັກເກນໃນປະເທດຂອງເຂົາເຈົ້າ), ເຂົາເຈົ້າຈະໄດ້ຮັບອີເມວແຈ້ງໃຫ້ຊາບວ່າຕອນນີ້ເຂົາເຈົ້າມີສິດອັບເດດບັນຊີຂອງຕົນເອງແລ້ວ. ເຊິ່ງຜູ້ປົກຄອງທີ່ເບິ່ງແຍງກວດກາບັນຊີກໍຈະໄດ້ຮັບອີເມວນຳ.

ເດັກນ້ອຍສາມາດເລືອກລະຫວ່າງຕົວເລືອກເຫຼົ່ານີ້ໄດ້:

ສືບຕໍ່ໃຊ້ການຕັ້ງຄ່າການເບິ່ງແຍງຂອງພໍ່ແມ່ໃນປັດຈຸບັນຂອງຕົນເອງ

ເດັກນ້ອຍສາມາດເລືອກທີ່ຈະໃຊ້ການຕັ້ງຄ່າການເບິ່ງແຍງກວດກາທີ່ມີຢູ່ຂອງຕົນເອງ ແລະ ໃຫ້ຜູ້ປົກຄອງສືບຕໍ່ຈັດການບັນຊີຂອງເຂົາເຈົ້າໄດ້ໂດຍບໍ່ຕ້ອງດຳເນີນການໃດໆກັບອີເມວ.

ເຄັດລັບ: ການຕັ້ງຄ່າການເບິ່ງແຍງກວດກາຈະຍັງຄົງຄືເກົ່າຈົນກວ່າລູກຂອງທ່ານຈະຕັດສິນໃຈອັບເດດບັນຊີຂອງຕົນເອງ.

ອັບເດດບັນຊີຂອງຕົນເອງ ແລະ ຮັກສາການເບິ່ງແຍງກວດກາໄວ້ສຳລັບເດັກນ້ອຍທີ່ມີອາຍຸ 13 ປີຂຶ້ນໄປ (ຫຼື ອາຍຸຕາມຫຼັກເກນໃນປະເທດຂອງເຂົາເຈົ້າ)

ເພື່ອອັບເດດບັນຊີຂອງຕົນເອງ ແລະ ຮັກສາການເບິ່ງແຍງຂອງພໍ່ແມ່ໄວ້, ເດັກນ້ອຍຈະຕ້ອງດຳເນີນການດັ່ງນີ້:

  1. ເຂົ້າໄປກ່ອງອີເມວຂອງຕົນເອງ.
  2. ເປີດ ແລະ ອ່ານອີເມວທີ່ມີຊື່ວ່າ, "ພ້ອມອັບເດດບັນຊີ Google ຂອງທ່ານແລ້ວຫຼືຍັງ?"
  3. ເລືອກ ອັບເດດບັນຊີຂອງທ່ານ.
  4. ກວດສອບຕັ້ງຄ່າບັນຊີຂອງຕົນເອງ.
  5. ເລືອກ ຂ້ອຍຍອມຮັບ.

ສຶກສາວິທີການເຮັດວຽກຂອງ ການເບິ່ງແຍງກວດກາ ສຳລັບເດັກນ້ອຍທີ່ມີອາຍຸ 13 ປີຂຶ້ນໄປ (ຫຼື ອາຍຸຕາມຫຼັກເກນໃນປະເທດຂອງທ່ານ).

ເຄັດລັບ: ສຳລັບເດັກນ້ອຍທີ່ກຳລັງຈະມີອາຍຸຮອດ 16 ປີຂຶ້ນໄປ, ເຂົາເຈົ້າຍັງສາມາດເລືອກທີ່ຈະຮັບຜິດຊອບເອງຢ່າງເຕັມທີ່ ແລະ ຢຸດການເບິ່ງແຍງກວດກາສຳລັບບັນຊີຂອງຕົນເອງໄດ້ເມື່ອເຂົາເຈົ້າອັບເດດບັນຊີຂອງຕົນເອງ.

ເດັກນ້ອຍເປັນຜູ້ຕັດສິນໃຈວ່າຈະຢຸດການເບິ່ງແຍງກວດກາເມື່ອໃດ

ເດັກນ້ອຍທີ່ມີອາຍຸ 13 ປີຂຶ້ນໄປ (ຫຼື ອາຍຸຕາມຫຼັກເກນໃນປະເທດຂອງທ່ານ), ເຊິ່ງມີການເບິ່ງແຍງກວດກາເພີ່ມໃສ່ໃນບັນຊີຂອງເຂົາເຈົ້າ ຫຼື ອັບເດດບັນຊີຂອງຕົນເອງແລ້ວ, ແມ່ນສາມາດເລືອກຢຸດການເບິ່ງແຍງກວດກາໄດ້.

ເມື່ອເດັກນ້ອຍຕັດສິນໃຈທີ່ຈະຮັບຜິດຊອບບັນຊີຂອງຕົນເອງຢ່າງເຕັມທີ່ ແລະ ຢຸດການເບິ່ງແຍງກວດກາ
  • ເດັກນ້ອຍຈະບໍ່ສາມາດໃຊ້ YouTube Kids ກັບບັນຊີ Google ຂອງຕົນເອງໄດ້ອີກຕໍ່ໄປ. ວິດີໂອ ແລະ ຊ່ອງທີ່ເຄີຍຖືກບລັອກໄປກ່ອນໜ້ານີ້ອາດສາມາດເບິ່ງໃນແອັບໄດ້.
    • ປະສົບການແບບມີການເບິ່ງແຍງກວດກາຢູ່ YouTube ຈະຖືກປິດໄວ້.
  • ເດັກນ້ອຍສາມາດເພີ່ມບັດຈ່າຍເງິນໃສ່ໃນ Google Wallet ຫຼື Google Pay ດ້ວຍຕົນເອງໄດ້.
  • ເດັກນ້ອຍສາມາດລຶບບັດຈ່າຍເງິນອອກຈາກໂທລະສັບ ຫຼື ສະມາດວອດຂອງຕົນເອງໄດ້.
  • ເດັກນ້ອຍສາມາດໃຊ້ບັດຈ່າຍເງິນໃນ Google Wallet, ຮວມທັງບັດຈ່າຍເງິນທີ່ເພີ່ມໄວ້ກ່ອນທີ່ຈະຢຸດການເບິ່ງແຍງຂອງພໍ່ແມ່ເພື່ອເຮັດສິ່ງຕໍ່ໄປນີ້:
    • ເຮັດທຸລະກຳຈ່າຍເງິນແບບບໍ່ສຳຜັດໃນຮ້ານຄ້າ.
    • ຈ່າຍເງິນໃນແອັບ ແລະ ເວັບໄຊດ້ວຍປຸ່ມ Google Pay.
    • ຕື່ມຂໍ້ມູນການຈ່າຍເງິນອັດຕະໂນມັດໃນ Chrome ເພື່ອໃຫ້ຈ່າຍເງິນອອນລາຍໄດ້ໄວຂຶ້ນ.
    • ຈ່າຍເງິນໃນບໍລິການຕ່າງໆຂອງ Google ຢູ່ Google Play Store, YouTube ແລະ ອື່ນໆ.

ເຄັດລັບ: ເພື່ອຄວາມປອດໄພຍິ່ງຂຶ້ນ, ວິທີການຈ່າຍເງິນໃດໆທີ່ເພີ່ມໄວ້ກ່ອນທີ່ເດັກນ້ອຍຈະມີອາຍຸຮອດ 13 ປີ (ຫຼື ອາຍຸຕາມຫຼັກເກນໃນປະເທດຂອງທ່ານ) ເຊິ່ງເຂົາເຈົ້າຍັງຄົງໃຊ້ຕໍ່ໄປຫຼັງຈາກທີ່ເຂົາເຈົ້າອັບເດດບັນຊີຂອງຕົນເອງ, ຈະຕ້ອງມີການຢືນຢັນລະຫັດ CVV ແບບເທື່ອດຽວກ່ອນຈຶ່ງຈະສາມາດໃຊ້ເຮັດທຸລະກຳທາງອອນລາຍ, ໃນແອັບ ຫຼື ໃນ Google ໄດ້.

ສິ່ງທີ່ຜູ້ປົກຄອງບໍ່ສາມາດເຮັດໄດ້ອີກຕໍ່ໄປ
  • ຕັ້ງຄ່າຄຸນສົມບັດການເບິ່ງແຍງກວດກາ ເຊັ່ນ:
    • ການຕັ້ງຄ່າເວລາປິດເຮັດວຽກ.
    • ການອະນຸຍາດ ຫຼື ບລັອກແອັບ.
    • ລະບົບຈະປິດການແບ່ງປັນສະຖານທີ່ ແລະ ເດັກນ້ອຍສາມາດຕັດສິນໃຈໄດ້ວ່າເຂົາເຈົ້າຕ້ອງການເປີດໃຊ້ອີກຄັ້ງຫຼືບໍ່.
  • ເບິ່ງທຸລະກຳຂອງເດັກນ້ອຍໃນ Family Link ຫຼື ຮັບການແຈ້ງເຕືອນອີເມວກ່ຽວກັບທຸລະກຳໃໝ່.
  • ເພີ່ມ ຫຼື ລຶບບັດຈ່າຍເງິນຂອງເດັກນ້ອຍອອກ.
  • ຕິດຕາມທຸລະກຳຂອງເດັກນ້ອຍຜ່ານ Family Link ຫຼື ການແຈ້ງເຕືອນອີເມວ.
  • ບລັອກສິດເຂົ້າເຖິງຄຸນສົມບັດບັດຮວມໃນ Wallet ຂອງເດັກນ້ອຍ.

ເຄັດລັບ:

  • ຫາກເດັກນ້ອຍເລືອກບໍ່ອັບເດດບັນຊີ Google ຂອງຕົນເອງ, ບັນຊີດັ່ງກ່າວຈະຍັງຄົງມີການເບິ່ງແຍງກວດກາ.
  • ຫາກເດັກນ້ອຍອັບເດດບັນຊີຂອງຕົນເອງ ແລະ ອອກຈາກການເບິ່ງແຍງກວດກາ, ຜູ້ປົກຄອງ ອາດຍັງຄົງສາມາດເບິ່ງທຸລະກຳຂອງເດັກນ້ອຍຈາກເວັບໄຊ ຫຼື ແອັບຂອງຜູ້ອອກບັດໄດ້ໂດຍກົງ.
  • ເດັກນ້ອຍຈະສາມາດໃຊ້ບັດຈ່າຍເງິນໃດໆທີ່ເຫຼືອຢູ່ໃນບັນຊີ Google ຂອງເດັກນ້ອຍຕໍ່ໄປໄດ້ຫຼັງຈາກທີ່ເຂົາເຈົ້າເລືອກອອກຈາກການເບິ່ງແຍງກວດກາເພື່ອດຳເນີນການຊື້ຜ່ານການຈ່າຍເງິນແບບບໍ່ສຳຜັດໃນຮ້ານຄ້າ, ຮວມທັງການຊື້ອອນລາຍ ແລະ ໃນແອັບ. ເພື່ອປ້ອງກັນບໍ່ໃຫ້ເດັກນ້ອຍໃຊ້ບັດຕໍ່ໄປໄດ້ຫຼັງຈາກທີ່ເຂົາເຈົ້າອອກຈາກການເບິ່ງແຍງກວດກາ, ຜູ້ປົກຄອງສາມາດລຶບບັດຈ່າຍເງິນອອກກ່ອນທີ່ເດັກນ້ອຍຈະອອກຈາກການເບິ່ງແຍງກວດກາໄດ້. ຜູ້ປົກຄອງຈະໄດ້ຮັບອີເມວແຈ້ງເຕືອນເລື່ອງນີ້ກ່ອນທີ່ເດັກນ້ອຍຈະມີສິດອອກຈາກການເບິ່ງແຍງກວດກາ. ຜູ້ປົກຄອງບໍ່ສາມາດລຶບບັດທີ່ຍັງຄົງຢູ່ໃນບັນຊີ Google ຂອງເດັກນ້ອຍອອກໄດ້ອີກເມື່ອເດັກນ້ອຍອອກຈາກການເບິ່ງແຍງກວດກາ.
ນອກຈາກນັ້ນ, ການຕັ້ງຄ່າ Google Play ບາງຢ່າງຍັງມີການປ່ຽນແປງດັ່ງນີ້:
  • ການອະນຸມັດການຊື້ ແລະ ການດາວໂຫຼດ: ຫາກກ່ອນໜ້ານີ້ເດັກນ້ອຍຕ້ອງຂໍອະນຸມັດຈາກຜູ້ປົກຄອງຂອງຕົນເອງເພື່ອຊື້ ແລະ ດາວໂຫຼດເນື້ອຫາທັງໝົດໃນ Google Play, ຕໍ່ຈາກນີ້ເຂົາເຈົ້າຈະເຫຼືອພຽງຂໍອະນຸມັດສຳລັບແບບເສຍເງິນເທົ່ານັ້ນ. ຫາກເຂົາເຈົ້າບໍ່ເຄີຍຕ້ອງຂໍອະນຸມັດຈາກຜູ້ປົກຄອງຂອງຕົນເອງໃນການຊື້, ການຕັ້ງຄ່າສ່ວນນີ້ຈະບໍ່ປ່ຽນແປງ.
  • ການຄວບຄຸມຂອງພໍ່ແມ່: ການຄວບຄຸມຂອງພໍ່ແມ່ໃນບັນຊີ Google ຂອງເດັກນ້ອຍຈະບໍ່ມີຜົນຫຼັງຈາກທີ່ເຂົາເຈົ້າຈັດການບັນຊີຂອງຕົນເອງ. ເຂົາເຈົ້າສາມາດຕັ້ງຄ່າການຄວບຄຸມຂອງພໍ່ແມ່ອີກຄັ້ງໃນອຸປະກອນທີ່ມີການເບິ່ງແຍງກວດກາແຕ່ລະເຄື່ອງທີ່ຕົນເອງໃຊ້ຢູ່ໄດ້.

ຊັບພະຍາກອນທີ່ກ່ຽວຂ້ອງ

true
Welcome to your Google Account!

We see you have a new Google Account! Learn how to improve your experience with your Google Account checklist.

ຄົ້ນຫາ
ລຶບລ້າງການຊອກຫາ
ປິດການຊອກຫາ
ເມນູຫຼັກ
16324515287502938554
true
ຊອກຫາສູນຊ່ວຍເຫຼືອ
false
true
true
true
true
true
70975
false
false
false
false